ວິຊາການ ປ່າໄມ້ ແລະ ການວາງແຜນນຳໃຊ້ທີ່ດິນ

Closing on: Jun 27, 2025

ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂື້ນຢ່າງເປັນທາງການໃນປີ 2020 ແລະ ດຳເນີນການເຄື່ອນໄຫວ ພາຍໃນແຂວງຫົວພັນ. ປະຈຸບັນທາງສະມາຄົມ ມີຄວາມຕ້ອງການຮັບສະໝັກພະນັກງານ ທີ່ຮຽນຈົບສາຂາປ່າໄມ້ ຫຼື ຂະແໜງການທີ່ກຽວຂ້ອງ ເພື່ອບັນຈຸເຂົ້າມາເຮັດວຽກພາຍໃນສະມາຄົມ“ ວຽກປ່າໄມ້ ແລະ ວາງແຜນນຳໃຊ້ທີ່ດິນ” ຈຳນວນ 02 ຕໍາແໜ່ງ ປະຈຳຢູ່ຫ້ອງການສະມາຄົມ ສພປຄ/BNDA ທີ່ ເມືອງຊໍາເໜືອ, ແຂວງຫົວພັນ.   

ໜ້າທີ່ຮັບຜິດຊອບ
  1. ຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ການວາງແຜນນຳໃຊ້ທີ່ດິນຂັ້ນບ້ານ; ຝຶກອົບຮົມທາງດ້ານເຕັກນິກວິຊາການ, ວິທີການຕິດຕາມກວດກາ ແລະ ປະເມີນປ່າ (ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ) ໃຫ້ກັບບ້ານເປົ້າໝາຍໂຄງການຂອງສະມາຄົມ;
  2. ຝຶກອົບຮົມເຕັກນິກວິຊາການໃຫ້ກັບບ້ານໃນການປູກ ແລະ ບົວລະບັດຮັກສາປູກໄມ້ປ່ອງ ແລະ ເຄື່ອງປ່າຂອງດົງບາງຊະນິດ;
  3. ພົວພັນປະສານງານຮ່ວມຄູ່ຮ່ວມງານພາກລັດ ແລະ ບ້ານ ເປົ້າໝາຍຂອງສະມາຄົມ;
  4. ເກັບຮັກສາ ແລະ ພັດທະນາຖານຂໍ້ມູນຂອງສະມາຄົມ;
  5. ໜ້າທີ່ອື່ນໆ ຕາມການມອບໝາຍຂອງອຳນວຍການ
ເງືອນໄຂ ແລະ ປະສົບການ
  • ຈົບວິຊາສະເພາະດ້ານປ່າໄມ້, ການວາງແຜນນຳໃຊ້ທີ່ດິນ ຫຼື ສາຂາ ທີ່ກ່ຽວຂ້ອງ;
  • ມີຄວາມຮູ້ພື້ນຖານ, ຄວາມເຂົ້າໃຈກ່ຽວກັບເລື່ອງການວາງແຜນນຳໃຊ້ທີ່ດິນ;
  • ສາມາດນໍາໃຊ້ GPS,GIS ເຂົ້າໃນການແຕ້ມແຜນທີ່;
  • ສາມາດຂຽນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳພາກສະໜາມ ແລະ ບົດລາຍງານປະຈໍາໄຕມາດ;
  • ມີມະນຸດສຳພັນດີສາມາດສື່ສານກັບເພື່ອນຮ່ວມງານ, ເຮັດວຽກເປັນທີມ, ມີຄວາມອົດທົນ, ຊື່ສັດບໍລິສຸດຕໍ່ເພື່ອນຮ່ວມງານ ແລະ ອົງກອນ;
  • ມີຈິດໃຈຢາກພັດທະນາຊຸມຊົນ, ສາມາດເຮັດວຽກໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍດ້ານວັດທະນະທໍາ;
  • ສາມາດລົງເຮັດວຽກດ້ວຍຕົນເອງໃນຂັ້ນຊຸມຊົນ ແລະ ສາມາດເດີນທາງໄປຕ່າງແຂວງໄດ້;
  • ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດ;
  • ມີຄວາມມັກຮັກໃນວຽກງານວິຊາສະເພາະ ແລະ ພ້ອມທີຈະຮຽນຮູ້ສິ່ງໃໝ່ໆ;
  • ມີປະສົບການດ້ານວຽກງານການປ່າໄມ້ 1-2 ປີຂື້ນໄປ ຈະພິຈາລະນາເປັນພິເສດ;
  • ສາມາດນໍາໃຊ້ເຄື່ອງມື IT ເຂົ້າໃນການສື່ສານ ແລະ ເຂົ້າໃນວຽກວິຊາສະເພາະເຊັ່ນ: Microsoft Office, Email, ປະຊຸມຜ່ານ Microsoft team, Zoom, Skype, ເຕັກນິການຖ່າຍຮູບ, ຕັດຕໍ່ Videos ແລະ ເຄື່ອງມື ອື່ນໆ ທີກ່ຽວຂ້ອງ.
ວິທີສະໝັກ

ຜູ້ທີ່ສົນໃຈສາມາດສົ່ງໃບສະມັກ(ປະຫວັດຫຍໍ້/CV ແລະ ຈົດໝາຍສະມັກງານ Cover letter);  ພ້ອມໃບຄະແນນການຮຽນຢູ່ມະຫາວິທະຍາໄລ/ວິທະຍາໄລ,ໃ ບຜ່ານງານ(ຖ້າມີ), ສຳລັບທ່ານທີຢູ່ພາຍໃນແຂວງ ຫຼື ເມືອງ ສາມາດເຂົ້າມາຍື່ນເອກະສານທີ່ຫ້ອງການຂອງສະມາຄົມທີ່: ບ້ານ ທາດເມືອງ (ສີ່ແຍກຫົວນາໝີ່),​ ເມືອງຊຳເໜືອ, ແຂວງ ຫົວພັນ ຫຼື ສາມາດສົ່ງທາງອີເມວ: [email protected] ,​ ໂທ/ວອດແອັບ: 020 5576 7780, 020 97922972, 020 2936 3629 ໃນໂມງລັດຖະການ.

ປິດຮັບສະໝັກ ວັນທີ່ 27/05/ 2025, ເວລາ 16:00 ແລງ

ໝາຍເຫດ: ສະເພາະຜູ້ສະໝັກທີ່ຖືກຄັດເລືອກແມ່ນຈະໄດ້ຮັບການຕິດຕໍ່ເພື່ອສຳພາດໃນອາທິດທັດໄປຫຼັງຈາກປິດຮັບ.

Job Category: Officer
Job Type: Full Time
Job Location: Huaphan Laos

Apply for this position

Allowed Type(s): .pdf, .doc, .docx