ເລົ່າເລື່ອງຈາກພາກສະໜາມ: ການຝຶກອົບຮົມພື້ນຖານ KOBOtoolbox ແລະ ການຖ່າຍຮູບໃນພາກສະໜາມ
Start time
June 27, 2025 08:30
Finished Time
June 27, 2025 16:30
Address
https://maps.app.goo.gl/qKJzJBNo1VwPoWQr5
Speakers
ທ່ານ ສຳພັນ ລາດສະກິດ
ຜູ້ບໍລິຫານເວບໄຊອາລິເຊຍ
ທ່ານ ຈັນສະມຸດ ວົງພອນ
ຄູຝຶກປະຈຳ ຮສສ
Content
ວັນທີ: 27 ມິຖຸນາ 2025
ສະຖານທີ່: ຫ້ອງປະຊຸມ PAKA, ນະຄອນຫຼວງວຽງຈັນ
ຈັດໂດຍ: ALiSEA
ເຊີນເຂົ້າຮ່ວມຝຶກອົບຮົມກັບພວກເຮົາ ໃນຫົວຂໍ້ KOBOtoolbox ແລະ ການຖ່າຍຮູບໃນພາກສະໜາມ ສໍາລັບສະມາຊິກ ALiSEA ໃນລາວ ເພື່ອເພີ່ມທັກສະໃນການເກັບຂໍ້ມູນຂອງທ່ານ ແລະ ບອກເລື່ອງລາວຈາກພາກສະໜາມຜ່ານຮູບພາບທີ່ມີຄວາມໝາຍ.
ເປົ້າໝາຍຂອງການຝຶກອົບຮົມ:
- ເຮັດໃຫ້ຮູ້ຈັກ ແລະ ໃຊ້ KOBOtoolbox ໃນການເກັບຂໍ້ມູນຢ່າງງ່າຍແລະສະດວກ
- ຮຽນຮູ້ເທັກນິກພື້ນຖານໃນການຖ່າຍຮູບໃຫ້ສື່ເຖິງເນື້ອໃນ ແລະ ບອກເລື່ອງໄດ້ຊັດເຈນ
- ແລກປ່ຽນປະສົບການຈາກວຽກງານຈິງໃນພາກສະໜາມ
- ເຊື່ອມໂຍງສະມາຊິກ ALiSEA ຜ່ານການແບ່ງປັນຂໍ້ມູນ ແລະ ຮູບພາບທີ່ສາມາດນໍາໄປເຜີຍແພ່ໃນເວັບໄຊທ໌ ALiSEA
ເປົ້າໝາຍຜູ້ເຂົ້າຮ່ວມ:
ຈຳນວນ 15 ທ່ານ ສໍາລັບສະມາຊິກຈາກສະມາຊິກອາລິເຊຍໃນລາວ ທີ່:
- ປະຈຳວຽກຢູ່ໃນພາກສະໜາມ
- ພະນັກງານດ້ານການສື່ສານ ຫຼື ການຕິດຕາມປະເມີນຜົນ
- ໄວໜຸ່ມ ຫຼື ຜູ້ອໍານວຍຄວາມສະດວກ
(ອາລິເຊຍຈະຮັບຜິດຊອບສະເພາະແຕ່ອາຫານທ່ຽງ ແລະ ອາຫານວ່າງ ເທົ່ານັ້ນ)
ວາລະການຝຶກອົບຮົມ:
- ແນະນໍາ KOBOtoolbox ແລະ ທົດລອງສ້າງແບບສຳຫວດ
- ການຖ່າຍຮູບພາກສະໜາມ: ເຄວັດລັບ ແລະ ການຝຶກປະຕິບັດ
- ແລກປ່ຽນປະສົບການ ແລະ ວິທີສົ່ງຂໍ້ມູນ/ຮູບເຂົ້າໄປໃນເວັບໄຊທ໌ ALiSEA
ຄູຝຶກ ແລະ ຜູ້ອໍານວຍຄວາມສະດວກ:
- ທ່ານ ສຳພັນ ລັດສະກິດ (GRET / ALiSEA)
- ທ່ານ ຈັນສະໝຸດ ວົງພອນ (PAKA)
- ນາງ ສຸດຕິມາ ບຸດວິເສດ (PAKA / ກອງເລຂາ ALiSEA)
ສິ່ງທີ່ຈຳເປັນຕ້ອງນໍາມາ:
- ໂທລະສັບມືຖຶ
- ຄວາມພ້ອມໃນການຝຶກອົບຮົມ
- ແບ່ງປັນປະສົບການຂອງທ່ານ
ມາເປັນສ່ວນຫນຶ່ງໃນການສ້າງຄວາມແຂງແຮງໃຫ້ແກ່ການເລົ່າເລື່ອງດ້ານນິເວດກະສິກໍາ. ທີ່ນັງມີຈໍານວນຈໍາກັດເດີ – ຮີບຟ້າວລົງທະບຽນ!
ຕິດຕໍ່ລົງທະບຽນ ຫຼື ຂໍລາຍລະອຽດເພີ່ມເຕີມ: ນາງ ສຸຕິມາ ບຸດວິເສດ – ກອງເລຂາເຄືອຂ່າຍອາລິເຊຍໃນລາວ, ວັອດແອັບ: +856 20 93 324 032 ຫຼື ລົງທະບຽນຜ່ານລິ້ງໄດ້ທີ່ນີ້

